ທີມຊາດລາວ U13 ຄວ້າແຊ້ມຢູ່ທີ່ ສປ ຈີນ

Share it:

ທີມຊາດລາວ  U13  ຄວ້າແຊ້ມຢູ່ທີ່ ສປ ຈີນ

ທີມຊາດລາວ U13 ເອົາຊະນະ ທີມ Jeongsa Academy (Malaysia) ຈາກມາເລເຊຍ 3-0 ໂດຍໄດ້ປະຕູຈາກ ສີສຸພັນ ອັກຄະວົງ 2 ປະຕູ ແລະ ຄໍາແພງ ພັນທອງຄໍາ 1 ປະຕູ ຄວ້າແຊ໋ມລາຍການແຂ່ງຂັນ ລາຍການບານເຕະເພື່ອມິດຕະພາບລະຫວ່າງຊາວໜຸ່ມ ອາຊຽນ-ຈີນ ຫລື 2016 soong ching ling cup china-asean youth football friendly match ໃນລະຫວ່າງວັນທີ 28 ກໍລະກົດ ຫາ 4 ສິງຫາ 2016 ເຊິ່ງຈັດຂຶ້ນຢູ່ທີ່ນະຄອນຫລວງ ປາກກິ່ງ ສປ. ຈີນ ມີ 10 ທີມເຂົ້າຮ່ວມແບ່ງອອກເປັນ 2 ກຸ່ມ, ກຸ່ມ A ປະກອບມີ SHENZEN (ສປ.ຈີນ), Yanbian (ສປ.ຈີນ), ມາເລເຊຍ, ຫວຽດນາມ ແລະ ມຽນມາ, ກຸ່ມ B ປະກອບມີ ປາກກິງ (ສປ.ຈີນ) , ອິນໂດເນເຊຍ, ລາວ , ກຳປູເຈຍ ແລະ ໄທ. ສະຫລຸບຜົນການແຂ່ງຂັນທີມຊາດລາວ ໃນຮອບແບ່ງກຸມ ແຂ່ງຂັນ 3 ນັດ ຊະນະ 2 ສະເຫມີ 1 ມີ 7 ຄະແນນ - ວັນທີ 31 ກໍລະກົດ 2016 ເວລາ 10:40 ອິນໂດເນເຊຍ ເສຍ ລາວ 0-3 ເວລາ 15:30 ປາກກິງ ສະເຫມີ ລາວ 1-1 - ວັນທີ 01 ສິງຫາ 2016 ເວລາ 10:40 ລາວ ຊະນະ ກຳປູເຈຍ 7-0 - ວັນທີ 02 ສິງຫາ 2016 ເວລາ 09:30 ລາວ ພົບ ໄທ 8-0 ນັດຊີງຊະນະເລີດ - ວັນທີ 03 ສິງຫາ 2016 ລາວ ຊະນະ Jeongsa Academy (Malaysia) 3-0 ສະຫລຸບອັນດັບ ຊະນະເລີດ ທີມຊາດລາວ U13 ຮອງຊະນະເລີດ Jeongsa Football Academy (Malaysia) ອັນດັບສາມ Yanbian (China) ນັກກິລາດີເດັ່ນປະຈໍາການແຂ່ງຂັນ: ສີສຸພົນ ອັກຄະວົງ ດາວຍິງສູງສຸດ: ສີສຸພົນ ອັກຄະວົງ 7 ປະຕູ ນັກຮັບດີເດັ່ນ: ບຸດເທວາ ຄໍາດີ ເສຍ 1 ປະຕູ ຕະຫລອດການແຂ່ງຂັນ ທີມມາລະຍາດດີເດັ່ນ: ກໍາປູເຈຍ

[post_ad]






Share it:

ຂ່າວກິລາ

Post A Comment: