ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການກວດກາ

Share it:

  ແດນສະຫວັນ-ລາວບາວ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ຕອນເຊົ້າວັນທີ 29 ກໍລະກົດ 2016 ຜ່ານມານີ້ ຜ່ານການກວດກາດ້ວຍວິທີສະແກນ (ເອັກ ສເລ) ແລະ ຂົນໄມ້ລົງຈາກລົດ ພົບເຫັນໄມ້ຜິດກົດໝາຍ ທີ່ຊຸກເຊື່ອງຢູ່ໃນລົດ ບັນທຸກສິນຄ້າປະເພດຜະລິດຕະພັນໄມ້  ທີ່ຈະເຂົ້່າຮ່ວມວາງສະແດງທີ່ ນະຄອນດານັງ ປະເທດຫວຽດນາມ  ໂດຍສະເພາະ ໄມ້ຕີຕັບ, ປູດໄມ້, ໄມ້ບານປະຕູ ແລະ ໄມ້ອື່ນໆຫຼາຍລາຍການ ທີ່ເຫຼືອຈາກລາຍການສິນຄ້າຈະນຳໄປວາງສະແດງ.
ໄມ້ຜິດກົດໝາຍທີ່ຢຶດໄດ້ ໃນຄັ້ງນີ້ ມີບໍລິມາດ 9.1 (ເກົ້າຈຸດໜຶ່ງ) ແມັດກ້ອນ.
 ໃນວັນທີ 2 ສິງຫາ 2016 ເຈົ້າໜ້າທີ່ດ່ານພາສີສາກົນແດນສະຫວັນ-ລາວບາວ ຍັງໄດ້ຢຶດໄມ້ຂະຍຸງ ຈຳນວນ 34 ທ່ອນ ນໍ້າໜັກ 450 ກິໂລກຼາມ ທີ່ຊຸກເຊື່ອງມານຳລົດເມ
 ຈາກເຫດການນີ້ ຢັ້ງຢືນໃຫ້ເຫັນວ່າ ຄຳສັ່ງສະບັບເລກທີ 15/ນຍ ຂອງທ່ານນາຍົກລັດຖະມົນຕີ, ລົງວັນທີ 13 ພຶດສະພາ 2016 ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການກວດກາ ແລະ ຄຸ້ມຄອງການຂຸດຄົ້ນໄມ້, ເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້ ພວມໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳໃນຂອບເຂດທົ່ວປະເທດ ໂດຍສະເພາະ ຢູ່ແຂວງສະຫວັນນະເຂດ.
Share it:

ຂ່າວລາວ

Post A Comment: