ເແຂວງຫຼວງພະບາງທີ່ມີແຫຼ່ງທ່ອງທ່ຽວທາງດ້ານປະຫວັດສາດ

Share it:



ເມືອງງອຍເປັນເມືອງຫນຶ່ງ ຂອງແຂວງຫຼວງພະບາງທີ່ມີແຫຼ່ງທ່ອງທ່ຽວທາງດ້ານປະຫວັດສາດ, ທໍາມະຊາດ ແລະວັດທະນະທໍາອັນດີງາມຂອງຊາວເມືອງງອຍ
ແລະມີທິວທັດທໍາມະຊາດລຽບແຄມສອງຝາກນໍ້າອູສຸດສວຍງາມຕະການຕາອ້ອມດ້ວຍພູຜາກາຍເປັນສິ່ງດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວຊົມຖືເປັນອັນດັບສອງຮອງຈາກເມືອງຫຼວງພະບາງ 9 ເດືອນຜ່ານມາມີນັກທ່ອງທ່ຽວເຂົ້າມາທ່ຽວຊົມທັງໝົດ 7 ພັນກວ່າຄົນ.
     ໂດຍ ທ່ານ ລັດຕະນະໄຊ ຄໍາສີດາ ເຈົ້າເມືອງໆງອຍໄດ້ລາຍງານຕໍ່ທີມຂ່າວພວກເຮົາຫວ່າງບໍ່ດົນນີ້ຮູ້ວ່າ: ເມືອງງອຍຕັ້ງຫ່າງຈາກເທສະບານແຂວງຫລວງພະບາງໄປທາງທິດເໜືອປະມານ 142 ກິໂລແມັດ, ທົ່ວເມືອງມີ 11 ກຸ່ມບ້ານ, ປະກອບ 76 ບ້ານ, ມີພົນລະເມືອງ 30.960 ຄົນ, ຍິງ 15.249 ຄົນ, ທ່າແຮງຂອງ ເມືອງແມ່ນການປະມົງ, ປູກຝັງ-ລ້ຽງສັດ, ຄ້າຂາຍບໍລິການຈໍານວນໜຶ່ງ, ດ້ານພື້ນຖານໂຄງລ່າງຂອງ ເມືອງໄດ້ມີການພັດທະນາດີຂຶ້ນເປັນກ້າວໆມາ, ທົ່ວເມືອງມີຣີສອດ 3 ແຫ່ງ, ເຮືອນພັກ 28 ແຫ່ງ, ຮ້ານອາຫານ 23 ແຫ່ງ ແລະບໍລິສັດທ່ອງທ່ຽວ 8 ບໍລິສັດ, ມີແຫຼ່ງທ່ອງທ່ຽວທັງໝົດ 33 ແຫ່ງ, ປະຫວັດສາດມີ 14 ແຫ່ງ, ທໍາມະຊາດ 12 ແຫ່ງ, ວັດທະນະທໍາ 7 ແຫ່ງ, ໃນ 9 ເດືອນ ຜ່ານມາມີນັກທ່ອງທ່ຽວເຂົ້າມາທ່ຽວຊົມທັງໝົດ 7.280 ຄົນ.
     ຈາກຈຸດພິເສດ ແລະທ່າແຮງ ຂອງເມືອງລວມເຖິງສະພາບແວດລ້ອມ, ທີວທັດທໍາມະຊາດຂອງເມືອງງອຍທີ່ຕັ້ງລຽບແຄມສາຍນໍ້າອູທາງ ເມືອງຍັງໄດ້ພັດທະນາໃຫ້ມີການ ລ່ອງເຮືອຂະຍັກທີ່ນໍ້າອູມີ 2 ຈຸດ, ຈັດໃຫ້ມີການຂີ່ສະລິງ, ຍ່າງປ່າ ແລະໄດ້ປັບປຸງແຫຼ່ງທ່ອງທ່ຽວຖໍ້າຜາກວາງຕື່ມອີກ, ສະນັ້ນຫາກໃຜຍັງບໍ່ທັນໄດ້ໄປທ່ຽວເມືອງງອຍເມື່ອໄປຮອດເມືອງຫຼວງພະບາງ ແລະທ່ຽວຊົມ ເມືອງມໍລະດົກໂລກແລ້ວກໍຢ່າລືມແບ່ງເວລາໄປທ່ຽວຊົມເມືອງງອຍ(ໜອງຂຽວ) ແລະຂີ່ເຮືອຂຶ້ນໄປຊົມທໍາມະຊາດ ແລະແຫຼ່ງທ່ອງທ່ຽວຂອງເມືອງງອຍເກົ່າຮັບຮອງວ່າ ທ່ານຈະປະທັບໃຈ ແລະໄດ້ພາບງາມທີ່ປະທັບໃຈຕິດກ້ອງກັບບ້ານຂອງທ່ານແນ່ນອນ.
Share it:

ຂ່າວທ້ອງຖິ່ນ

Post A Comment: