ທ່ານບາຣັກ ໂອບາມາ ປະທານາທິບໍດີ ອາເມລິກາ ກ່າວເຕືອນທ່ານໂດນັນ

Share it:

ທ່ານບາຣັກ ໂອບາມາ ປະທານາທິບໍດີ ອາເມລິກາ ກ່າວເຕືອນທ່ານໂດນັນ ທຣັມ ວ່າທີ່ປະທານາທິບໍດີອາເມລິກາວ່າ ຄວນແຂງຂໍ້ຕໍ່ຣັດເຊຍ ຫາກຣັດເຊຍລະເມີດສັນຍາສັນຕິພາບລະຫວ່າງປະເທດ ຫລັງມີຂ່າວວ່າ ທ່ານ ທຣັມ ໂທລະສັບໄປເຈລະຈາ ກັບທ່ານປູຕິນ ປະທານາທິບໍດີ ຣັດເຊຍ ເພື່ອວາງແຜນສານຄວາມສຳພັນທີ່ດີລະຫວ່າງສອງປະເທດ ໂດຍກ່ອນໜ້ານີ້ ທ່ານ ທຣັມ ເຄີຍກ່າວຍົກຍ້ອງແລະຊື່ນຊົມ ທ່ານປູຕິນຫລາຍຄັ້ງ

ລັດຖະບານຣັດເຊຍກ່າວຫາວ່າ ທ່ານໂອບາມາ ພະຍາຍາມກີດກັນຄວາມສຳພັນລະຫວ່າງລັດຖະບານຂອງທ່ານທຣັມ ແລະຣັດເຊຍ ຂະນະທີ່ຢູເຄຣນ ແລະກຸ່ມກະບົດທີ່ຕໍ່ຕ້ານລັດຖະບານຊີເຣຍ ກັງວົນວ່າ ຈະຖືກລັດເຊຍໂຈມຕີຫນັກກ່ວາເກົ່າ ຫາກອາເມລິກາຫັນໄປປະສານຄວາມສຳພັນກັບຣັດເຊຍ

Share it:

ຂ່າວຕ່າງປະເທດ

Post A Comment: