ແຂວງວຽງຈັນ ເກັບລາຍຮັບໃນສົກ 2015-2016 ໄດ້ລື່ນແຜນການທີ່ວາງໄວ້

Share it:

     ການເກັບລາຍຮັບເຂົ້າງົບປະມານຂອງແຂວງວຽງຈັນ ໃນສົກ 2015-16 ສາມາດປະຕິບັດໄດ້ 198 ຕື້ກວ່າກີບ ເຊິ່ງລື່ນແຜນການທີ່ໄດ້ວາງເອົາໄວ້ ໂດຍແຫຼ່ງລາຍຮັບສ່ວນໃຫຽ່ແມ່ນອາກອນປົກກະຕິກວມເອົາເຖິງ 164 ຕື້ກວ່າກີບ.

     ທັງນີ້ ທ່ານ ຂັນທອງ ພະລະຄອນ ຫົວໜ້າພະແນກສ່ວຍສາອາກອນແຂວງວຽງຈັນ ໄດ້ລາຍງານຕໍ່ຜູ້ສື່ຂ່າວທ້ອງຖິ່ນໃນວັນທີ 15 ພະຈິກ 2016 ວ່າ ການເກັບລາຍຮັບເຂົ້າງົບປະມານໃນສົກ 2015-2016 ນີ້ ແຂວງວຽງຈັນ ໄດ້ຂຸ້ນຂ້ຽວຈັດຕັ້ງປະຕິບັດແຕ່ຫົວທີດ້ວຍຄວາມຮັບຜິດຊອບສູງ ເຊິ່ງຕາມການສະຫຼຸບໝົດສົກປີດັ່ງກ່າວ ຜົນອອກມາແມ່ນເປັນທີ່ໜ້າພໍໃຈຢູ່ ເພາະສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 198 ຕື້ກວ່າກີບ ເຊິ່ງໂຕເລກແຜນການຈັດເກັບທີ່ວາງເອົາໄວ້ແມ່ນ 184 ຕື້ກີບ ຖືວ່າສາມາດຈັດເກັບລາຍຮັບເຂົ້າງົບປະມານ ໄດ້ກາຍແຜນການ ເຊິ່ງລາຍຮັບດັ່ງກ່າວແມ່ນໄດ້ຈາກອາກອນປົກກະຕິ 164 ຕື້ກວ່າກີບ ລາຍຮັບວິຊາການ 21 ຕື້ກວ່າກີບ ລາຍຮັບຈາກທີ່ດິນ 11 ຕື້ກວ່າກີບ ແລະ ຄ່າທຳນຽມ 2 ຕື້ກວ່າກີບ ສ່ວນຖານລາຍຮັບທີ່ເກັບໄດ້ 198 ຕື້ກວ່າກີບນັ້ນ ແມ່ນນອນຢູ່ໃນຂັ້ນແຂວງເປັນຜູ້ຈັດເກັບ 164 ຕື້ກວ່າກີບ ສ່ວນທີ່ເຫຼືອແມ່ນ 11 ເມືອງທົ່ວແຂວງ ເປັນຜູ້ຈັດເກັບໃນນີ້ ເມືອງທີ່ເກັບໄດ້ຫຼາຍແມ່ນວັງວຽງ ໄດ້ 7 ຕື້ກວ່າກີບ ໂພນໂຮງ 5 ຕື້ກວ່າກີບ ຊະນະຄາມເກືອບ 5 ຕື້ກີບ ທຸລະຄົມ 4 ຕື້ກວ່າກີບ ເມືອງເຟືອງ 2 ຕື້ກວ່າ ຫີນເຫີບ 2 ຕື້ກວ່າກີບ ແລະ ເມືອງອື່ນໆຕາມລຳດັບ.
Share it:

ຂ່າວທ້ອງຖິ່ນ

Post A Comment: