ປະ­ກາດ​ລາຍ​ຊື່​ນັກ​ເຕະ ​ລຸຍ ​ອາ​ຊຽນ ​ຄັບ 2019 ຮອບ​ຄັດ​ເລືອກ

Share it:

ອີງ​ຕາມ​ຂໍ້​ມູນ​ຈາກ​ສະ­ຫະ­ພັນບານ­ເຕະ​ແຫ່ງ​ຊາດ​ລາວ (ສຕລ) ໄດ້ໃຫ້​ຮູ້​ວ່າ: ຄະ­ນະ​ບໍ­ລິ­ຫານ​ງານ​ສະ­ຫະພັນ​ບານ­ເຕະແຫ່ງ​ຊາດ​ລາວ ໄດ້​ຕົກລົງ​ແຕ່ງ­ຕັ້ງ​ຄະ­ນະ​ນຳ ຄູ​ເຝິກ ແພດ ແລະ ນັກ­ກີ­ລາ​ທີມ​ຊາດ​ລາວ ເພື່ອກຽມ​ເຂົ້າ​ເຝິກ­ຊ້ອມ ແລະ ກຽມ​ຄວາມພ້ອມ​ໃນ​ການ​ເຂົ້າ​ຮ່ວມ​ແຂ່ງ­ຂັນ​ເຕະບານ ​ເອ​ເອ​ັຟ​ຊີ ອາ​ຊຽນ ຄັບ 2019 ທີ່ປະ­ເທດ​ສະ­ຫະ­ລັດ​ອາ​ຣັບ​ມິ​ເຣດ (UAE) ຮອບ​ຄັດ​ເລືອກ ຮອບ​ທີ 2 ເຊິ່ງ​ຈະ​ພົບ​ກັບ​ທີມ​ຊາດ​ມັນ​ດິບ ໃນ​ວັນທີ 6 ກັນ­ຍາ ແລະ ວັນ​ທີ 11 ຕຸ­ລາ 2016.
ລາຍ​ຊື່​ຄະ­ນະ​ນຳ ຄູ​ເຝິກ ປະ­ກອບມີ​ທ່ານ ປະ­ສິດ ສຸ­ພາບ ຮອງ​ປະ­ທານ ສຕລ ເປັນ​ຫົວ­ໜ້າ​ຄະ­ນະ ແລະ ຜູ້​ຈັດການ ທ່ານ ວາ­ລະ​ກອນ ພົມ​ພັກ­ດີ ຫົວ­ໜ້າ​ຄູ​ເຝິກ ທ່ານ ປອ. ເວີນ​ສະ­ຫວັນ ສີ​ວິ​ໄຊ ຮອງ​ຫົວ­ໜ້າ​ຄູ​ເຝິກ ສ່ວນ​ນັກກີ­ລາ ຜູ້​ຮັກ­ສາ​ປະ­ຕູ ມີ​: ວັດ­ທະ­ນາ ແກ້ວດວງ​ເດດ ຈິນ​ຕະ​ນາ ສຸກ​ສະ​ຫວັດ ຈາກ ​ລາວ ​ໂຕ​ໂຢ​ຕ້າ ທິບພອນ​ໄຊ ອິນ​ທະ​ວົງ­ສາ ຈາກ​​ ລ້ານ​ຊ້າງ ກອງ​ຫຼັງ ຄຳ​ພູ­ມີ ຫານ​ວິ­ໄລ ຈາກ​ຊ້າງ​ນ້ອຍ ແສງ​ດາວ ອິນ​ທິ​ລາດ ຈາກ​ລ້ານ​ຊ້າງ ມຸກ­ດາ ສຸກສະຫວັດ ແທ່ນ​ທອງ ພອນ​ເສດ​ຖາ ໄຊ​ນະ­ຄອນ​ວຽງ ພົມ​ມະ​ປັນ­ຍາ ຈາກລາວ​ໂຕ​ໂຢ​ຕ້າ ທົດ​ນິ­ລາດ ສີ​ບຸນ​ເຮືອງ ບຸນ​ຫຼຽນ ບຸນປະ­ຈັກ ຈາກ​ໄຟ­ຟ້າ​ລາວ.
ຂະ­ນະ​ທີ່​ກອງ​ກາງມີ​: ປະ­ເສີດ​ສັກ ສຸ­ລິ­ຍະ​ວົງ ໄມ­ຕີ ສີ​ຫາ​ລາດ ພຸດ​ດາ​ວີ ພົມ​ມະ​ສານ ພັດ­ທະ­ນາ ສີ­ວິ­ໄລ ຈາກ ລາວ​ໂຕ​ໂຢ​ຕ້າ ຄອນ​ສະ­ຫວັນ ສີ​ຫາ​ວົງ ມະ­ໂນ​ລົມ ພົມ​ສຸ­ວັນ ພຸດ​ທະ​ໄຊ ໂຄຈະ­ເລີນ ຈາກ​ລ້ານ​ຊ້າງ ຈັນ­ທະ​ພອນ ແຫວນ​ວົງ​ສົດ ຈາກ​ໄຟ­ຟ້າ​ລາວ ຕີ່​ນີ່ ບຸນ​ມະ​ໄລ ຈາກ ປກສ ສ່ວນ​ກອງ​ໜ້າມີ​: ຄຳ​ແພງ ໄຊ​ຍະ​ວຸດ​ທິ ຈາກ​ລ້ານ​ຊ້າງ ໂສ­ພາ ໄຊ­ຊະ­ນະ ຈາກ​ໄຟ­ຟ້າ​ລາວ ສິດ­ທິ​ເດດ ຂັນ​ທະ​ວົງ ຈາກ​ລາວ ​ໂຕໂຢ​ຕ້າ ສຸກ​ຈິນ­ດາ ນັດ​ຜາ​ສຸກ ຈາກ ປກສ
Share it:

ຂ່າວກິລາ

Post A Comment: