ຂ້ອຍໃຊ້ເວລາທັງຊີວິດຕາມຫາຄົນທີ່ຄິດວ່າແມ່ນພັບເງິນພວກນີ້ດ້ວຍຫົວໃຈມື້ລະໃບ

Share it:
         ຂ້ອຍໃຊ້ເວລາທັງຊີວິດຕາມຫາຄົນທີ່ຄິດວ່າແມ່ນພັບເງິນພວກນີ້ດ້ວຍຫົວໃຈມື້ລະໃບ, ເອົາໄປໃຫ້ທຸກມື້ໄລຍະເວລາ 3~4 ປີ ແລ້ວເອົາໄປໃຫ້ແຟນເກົ່າຂ້ອຍຜູ້ນັ້ນບອກໃຫ້ລາວຮັກສາໄວ້, ເງິນພວກນີ້ບໍ່ຫລວງຫລາຍແຕ່ຄວາມຮູ້ສຶກທີ່ຢູ່ໃນແຕ່ລະໃບມັນມີຄ່າເກີນກ່ວານັ້ນຂ້ອຍຄົບກັບລາວ 7 ປີສຸດທ້າຍໄດ້ເລີກກັນ ແລະ ທຸກເທື່ອທີ່ມີຮັກໃຫ່ມຂ້ອຍກໍ່ບໍ່ເຄີຍຮັກສາມັນໄວ້ໄດ້ເລີຍ, ຂ້ອຍຂໍໂທດທຸກຄົນທີ່ຜ່ານມາໃນຊີວິດຂ້ອຍຕັ້ງແຕ່ນີ້ໄປຂ້ອຍຈະບໍ່ນຳຫາມັນຂ້ອຍຈະປ່ອຍໃຫ້ໂຊກຊະຕາກຳນົດດ້ວຍໂຕມັນເອງ.
          ຂອບໃຈສຳລັບທຸກຄອມເມັ້ນ. ເລື່ອງລາວ: ຂ້ອຍຄົບກັບລາວມາ 7 ປີ ເລີ່ມພັບເງິນແຕ່ປີທີ 1~4 ແລະ ແຕ່ລະປີເງິນຈະຕ່າງກັນໄປໃນທຸກປີຂ້ອຍໄດ້ໃຫ້ສັນຍາກັບລາວວ່າ ຈະພັບໃຫ້ລາວເກັບໄວ້ຈົນກ່ວາຈະຄົບ 10 ປີ ແລະ ຖ້າມັນບໍ່ຄົບໃຫ້ມັນເປັນຂອງຕາງຫນ້າຂ້ອຍເວລາທີເຮົາໄດ້ເລີກກັນໄປຢ່າງຫນ້ອຍຊີວິດຫນຶ່ງຂອງເຮົາກໍ່ເຄີຍໄດ້ໃຊ້ຮ່ວມຮັກກັນມາ ແລະ ໃນທຸກໆໃບມັນມີເລື່ອງລາວຂອງທຸກໆມື້ບໍ່ວ່າເລື່ອງດີເລື່ອງຮ້າຍປະປົນກັນໃນເງິນຫົວໃຈທີ່ຂ້ອຍພັບນີ້ບໍ່ວ່າຝົນຊິຕົກຫລືແດດຊິອອກຂ້ອຍກໍ່ຕ້ອງໄປສົ່ງເງິນໃຫ້ລາວທຸກມື້ ມື້ລະໃບເຮົາໄດ້ໃຫ້ຄຳຫມັ້ນກັນວ່າ:
ປີທີ 1 ເປັນໃບລະ 1000 ກີບ ແທນ 1 ປີທີ່ຄົບກັນ
ປີທີ 2 ເປັນໃບລະ 2000 ກີບ ແທນຕົວເລກ 2ປີ
ປີທີ 3 ເປັນໃບ 1000 ແລະ 2000 ແທນໃຫ້ 3 ປີ
ປີທີ 4 ໃບ 2000, 2 ໃບ
ປີທີ 5 ໃບ 5000 ກີບ
ປີທີ 6 ໃບ 5000 ແລະ 1000 ກີບ ແລະ7, 8, 9.....ຈົນເຖິງ 10 ແມ່ນໃບ 10,000ກີບ. ຂ້ອຍໄດ້ບອກກັບລາວວ່າ ເຖິງຕອນນັ້ນຖ້າເຮົາຍັງຄົບກັນຂ້ອຍຈະເອົາເງິນພວກນີ້ໄປຂໍເຈົ້າ ແລະ ເຮົາຈະບໍ່ເກັບເງິນພວກນີ້ໄວ້, ເຮົາຈະໃຊ້ເງິນຈຳນວນທີ່ກ່າວມານີ້ເປັນຂອງຂັວນ “ ຊຳລ້ວຍ ” ມອບໃຫ້ກັບແຂກທີ່ມາໃນງານທຸກຄົນເປັນການແບ່ງປັນຄວາມຮັກໃຫ້ເຂົາເຈົ້າ “ ເປັນຫຍັງເງິນທີ່ເຫັນຄືມາຫນ້ອຍແທ້ ” ເງິນທີ່ຢູ່ນຳຂ້ອຍເປັນພຽງສ່ວນຫນຶ່ງ, ຂ້ອຍເກັບມັນມາຈາກເຮືອນລາວມື້ທີ່ລາວຮັບໃບປະກາດມັນເປັນແກັດເງິນປີທີ 1 ລາວຜິດກັບຂ້ອຍແລ້ວໂຍນເງິນໃນແກັດຖິ້ມໄປຂ້ອຍເລີຍໄປເກັບຄືນມາທຸກໃບແລ້ວຄອບລາວກັບບ້ານ “ ເປັນຫຍັງຄືພັບຮອດແຕ່ປີທີ 4 ”, ຄູ່ຮັກທຸກຄູ່ໃນໂລກນີ້ ບໍ່ມີໃຜບໍ່ມີປັນຫາ ບໍ່ມີຄູ່ໃດທີ່ບໍ່ເຈິກັບ ອຸປະສັກ ແຕ່ສິ່ງສຳຄັນແມ່ນເຮົາຈະຈັບມືກັນຍ່າງກ້າວຂ້າມເລື່ອງຮ້າຍໆນັ້ນໄປໄດ້ບໍ່. “ ເປັນຫຍັງຄືຕ້ອງຄົບຮອດ 10 ປີ ຈຶ່ງແຕ່ງ ” ຂ້ອຍຄິດວ່າຄວາມຄິດຄວາມອ່ານຂ້ອຍນະຕອນນັ້ນບໍ່ທັນພ້ອມທີ່ຈະເປັນຫົວຫນ້າຄອບຄົວເທື່ອ ຂ້ອຍຈຶ່ງຕັດສິນໃຈໃຫ້ເວລາເປັນເຄື່ອງພິສູດເຮົາ 2 ຄົນເພາະຖ້າແຕ່ງກັນຕອນນັ້ນ ເຮົາຄົງຈະເປັນພໍ່ຮ້າງ ແລະ ແມ່ຮ້າງ ດວ້ຍຄວາມທີ່ເຮົາຍັງຫນຸ່ມນ້ອຍທັງ 2, “ ເປັນຫຍັງຄືບໍ່ພັບໃບລະແສນ ” ເລື່ອງລາວຂອງເຮົາມັນເລີ່ມວັນທີ 17/04/2006 ມື້ທີ່ເຮົາໄດ້ພົບກັນ ແລະ ເລີ່ມຕົ້ນພັບເງິນ, ເງິນທີ່ພວກນີ້ທີ່ພວກເຈົ້າໄດ້ເຫັນນີ້ມັນເດີນທາງມາກັບຂ້ອຍໄດ້10 ປີແລ້ວ ຕອນນັ້ນໃລະແສນຍັງບໍ່ຜະລິດ. “ ເລີກກັບລາວໄດ້ 3 ປີແລ້ວ ” ແລະ ຖາມວ່າມີແຟນໃຫ່ມບໍ່ ຕອບວ່າ: ມີ, ແຕ່ຂ້ອຍກໍ່ຮັກສາຮັກໃຫ່ມໄວ້ບໍ່ໄດ້ເຖິງຂ້ອຍຈະຮັກຫລາຍເທົ່າໃດກໍ່ຕາມ ຄວາມຮັກບໍ່ແມ່ນມີແຕ່ຄົນ 2 ຄົນມາບອກຮັກກັນແລ້ວຊິຈົບເທົ່ານັ້ນ, ມັນຍັງມີພໍ່ ແມ່, ອ້າຍເອື້ອຍນ້ອງເຮົາ ສັງຄົມທຸກຢ່າງເປັນອັນປະກອບໃຜທີ່ຜ່ານມາຈະຮູ້ດີ ຄົນທີ່ບໍ່ມີຄວາມຮັກບໍ່ຮູ້ດອກ ວ່າ: ເລື່ອງຂອງຫົວໃຈມັນຊັບຊ້ອນເທົ່າໃດ,ກັບຜູ້ຍິງເປັນອີ່ຫຍັງທີ່ລະອຽດອອ່ນ ເຖິງເຮົາຊິຄິດວ່າເຂົ້າໃຈເຂົາແລ້ວກໍ່ຕາມສຸດທ້າຍຄວາມຮັກ ບໍ່ຈຳເປັນຕ້ອງໄປເຂົ້າໃຈແຄ່ໃຊ້ທຸກວິນາທີທີ່ຢູ່ນຳກັນໃຫ້ມີຄຸນຄ່າທີ່ສຸດກະພໍ.
Cr. Honley Phoneketkeo Tavingnan
Share it:

ຂ່າວກິລາ

Post A Comment: