ເຈົ້າໜ້າພະແນກສືບສວນ-ສອບສວນ ກອງບັນຊາການ ປກສ

Share it:

ເຈົ້າໜ້າພະແນກສືບສວນ-ສອບສວນ ກອງບັນຊາການ ປກສ ແຂວງຈໍາປາສັກ ລາຍງານວ່າ: ເມື່ອຕົ້ນເດືອນມີນາ 2016 ທີ່ຜ່ານມາ, ນາງ ບຸດຕາ ອາຍ 31 ປີ, ອາຊີບພະນັກງານທະນາຄານແຫ່ງ ສປປ ລາວ ພາກໃຕ້ທີ່ແຂວງຈໍາປາສັກ ໄດ້ເຂົ້າມາແຈ້ງຄວາມຕໍ່ເຈົ້າໜ້າທີ່ ປກສ ເມືອງປາກເຊ ວ່າ: ໄດ້ມີຄົນຮ້າຍ 2 ຄົນ ຂີ່ລົດຈັກ ຍີ່ຫໍ້ຄລິກ 125 ສີແດງ-ຂາວ ມາດຶງເອົາກະເປົາຂອງຜູ້ກ່ຽວ ຢູ່ຕໍ່ໜ້າທະນາຄານແຫ່ງ ສປປ ລາວ ພາກໃຕ້ ເຂດບ້ານປາກເຊ ເມືອງປາກເຊ ແລະ ໃນກາງເດືອນພຶດສະພາ 2016 ທີ່ຜ່ານມາ, ນາງ ລັດຕະນະພອນ ອາຍຸ 21 ປີ, ອາຊີບນັກສຶກສາ ກໍ່ໄດ້ເຂົ້າມາແຈ້ງຄວາມຕໍ່ເຈົ້າໜ້າທີ່ວ່າ: ມີຄົນຮ້າຍ 2 ຄົນ ມາດຶງເອົາກະເປົາເງິນຂອງຜູ້ກ່ຽວ. ຈາກນັ້ນເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ກໍ່ໄດ້ສົມທົບກັບພະແນກສືບຂ່າວອາຍາ ແລະ ປກສ ເມືອງປາກເຊ ລົງເຄື່ອນໄຫວຕິດຕາມກຸ່ມເປົ້າໝາຍ, ມາຮອດຕົ້ນເດືອນພຶດສະພາ ແລະ ກາງເດືອນກໍລະກົດ 2016 ຈິ່ງສາມາດກັກຕົວຜູ້ກໍ່ເຫດໄດ້. ຜູ້ກໍ່ເຫດດຶງກະເປົາຂອງ ນາງ ບຸດຕາ ແມ່ນທ້າວ ບົວໄລ ອາຍຸ 23 ປີ, ອາຊີບກໍາມະກອນ, ບ້ານເກີດ ແລະ ບ້ານຢູ່ປັດຈຸບັນ ບ້ານໂຊກອໍານວຍ ເມືອງປາກເຊ ແຂວງຈໍາປາສັກ. ຜ່ານການສອບສວນຂອງເຈົ້າໜ້າທີ່, ຜູ້ກ່ຽວຮັບສາລະພາບວ່າ: ໃນວັນທີ 4 ມີນາ 2016, ເວລາປະມານ 10 ໂມງເຊົ້າ ຜູ້ກ່ຽວ ແລະ ໝູ່ຊື່ ທ້າວ ປ໋ອກ ອາຍຸ 26 ປີ, ອາຊີບກໍາມະກອນ ຢູ່ບ້ານສ້າງທ່ຽງ ເມືອງປາກເຊ ໄດ້ພາກັນຂີ່ລົດຈັກຮອນດາ ຄລິກ 125 ສີແດງ-ຂາວ ບໍ່ຈື່ປ້າຍທະບຽນ ເພາະເປັນລົດຂອງນ້ອງເຂີຍ, ພວກກ່ຽວພາກັນຂີ່ລົດອອກຈາກບ້ານໂຊກອໍານວຍ ເມືອງປາກເຊ ໂດຍແມ່ນ ທ້າວ ບົວໄລ ເປັນຄົນຂັບ, ທ້າວ ປ໋ອກ ເປັນຄົນຊ້ອນທ້າຍ, ຈຸດປະສົງແມ່ນເພື່ອພາກັນຂີ່ລົດຫາຊິງຊັບ(ດຶງກະເປົາ)ໃນຕົວເມືອງ, ພໍຂີ່ມາຮອດເສັ້ນທາງແຄມຂອງເຂດບ້ານປາກເຊ ໄດ້ແນມເຫັນຜູ້ຍິງ 2 ຄົນ ຂີ່ລົດຈັກຮອນດາ ສະກຸບປີ້ ສີຂາວ-ດໍາ ປ້າຍທະບຽນ ຈຕ 7847 ຈໍາປາສັກ ຊ້ອນກັນມຸ່ງໜ້າໄປທາງບ້ານໂພນກຸງ, ໃນນັ້ນຜູ້ຊ້ອນທ້າຍໄດ້ເອົາກະເປົາເງິນສີຂາວປົງໄວ້ເທິງຕັກ, ເມື່ອເຫັນແນວນັ້ນ ທ້າວ ປ໋ອກ ຈິ່ງໄດ້ຊວນ ທ້າວ ບົວໄລ ຊິງເອົາ, ເມື່ອຕົກລົງກັນໄດ້ແລ້ວ ທ້າວ ບົວໄລ ຈິ່ງຂີ່ລົດຈັກເຂົ້າໄປຮຽງເບື້ອງຊ້າຍມືຂອງຜູ້ຍິງຊ້ອນທ້າຍ ຕໍ່ມາທ້າວ ປ໋ອກ ກໍ່ດຶງເອົາກະເປົານໍາຜູ້ຍິງທີ່ນັ່ງຊ້ອນທ້າຍ ເມື່ອດຶງເອົາໄດ້ແລ້ວ ພວກກ່ຽວຈິ່ງພາກັນຂີ່ລົດຫຼົບໜີເຂົ້າໄປທາງບ້ານແກ ເມື່ອຮອດປ່າພວກກ່ຽວຈິ່ງກວດເບິ່ງກະເປົາ ເຫັນເງິນກີບ 3 ແສນກີບ, ເງິນບາດ 9 ພັນບາດ(ເງິນໄທ), ໂທລະສັບຍີ່ຫໍ້ຊໍາຊຸງ 1 ໜ່ວຍ, ສໍາລັບເງິນພວກກ່ຽວແບ່ງກັນຄົນລະເຄິ່ງ, ໂທລະສັບແມ່ນ ທ້າວ ບົວໄລເອົາໄປຂາຍ, ສ່ວນກະເປົາໄດ້ຖີ້ມລົງນໍ້າຢູ່ຂົວຫ້ວຍບ້ານແກ, ມາຮອດວັນທີ 13 ກໍລະກົດ ຈິ່ງຖືກເຈົ້າໜ້າທີ່ກັກຕົວ. ພ້ອມນີ້ເຈົ້າໜ້າທີ່ຍັງສາມາດກັກຕົວ ທ້າວ ສຸກພະຈັນ(ຫົວແດງ) ອາຍຸ 20 ປີ, ອາຊີບກໍາມະກອນ, ບ້ານເກີດ ໂພນສະອາດ ເມືອງປາກເຊ, ບ້ານຢູ່ປັດຈຸບັນ ບ້ານໂພນສັນ ເມືອງໂພນທອງ, ຜ່ານມາເຄີຍຖືກດັດສ້າງ 1 ຄັ້ງ ໃນປີ 2014 ຢູ່ຄຸມຂັງແຂວງ, ຂໍ້ຫາເສບຢາເສບຕິດ ກໍານົດ 6 ເດືອນ ແລະ ເຄີຍຕ້ອງໂທດ 1 ຄັ້ງ ໃນປີ 2015 ຢູ່ຄຸມຂັງເມືອງປາກເຊ, ຂໍ້ຫາຊິງຊັບພົນລະເມືອງ, ຖືກສານຕັດສິນຕັດອິດສະຫຼະພາບ 1 ປີ; ທ້າວ ບຸນຍິ່ງ(ຍິ່ງ) ອາຍຸ 22 ປີ, ອາຊີບກໍາມະກອນ, ບ້ານເກີດ ແລະ ບ້ານຢູ່ປັດຈຸບັນ ບ້ານຫ້ວຍເລົາ ເມືອງປາກເຊ, ຜ່ານມາເຄີຍຕ້ອງໂທດ 1 ຄັ້ງ ໃນປີ 2015 ຢູ່ຄຸມຂັງແຂວງ, ຂໍ້ຫານັກເລງອັນທະພານ, ຖືກສານຕັດສິນຕັດອິດສະຫຼະພາບ 8 ເດືອນ; ທ້າວ ສຸກພະຈັນ(ຊາຍນ້ອຍ) ອາຍຸ 17 ປີ, ເປັນຄົນວ່າງງານ, ບ້ານເກີດ ແລະ ບ້ານຢູ່ປັດຈຸບັນ ບ້ານໂພນສະອາດ ເມືອງປາກເຊ, ຜ່ານມາບໍ່ເຄີຍຕ້ອງໂທດ ແລະ ທ້າວ ແສງເພັດ(ໜຶ່ງ) ອາຍຸ 19 ປີ, ເປັນຄົນວ່າງງານ, ບ້ານເກີດ ແລະ ບ້ານຢູ່ປັດຈຸບັນ ບ້ານໂພນສະອາດ ເມືອງປາກເຊ, ຜ່ານມາເຄີຍຖືກດັດສ້າງ 3 ຄັ້ງ ໃນປີ 2012, 2013 ແລະ 2014 ຖືກດັດສ້າງຢູ່ຄຸມຂັງແຂວງ, ຂໍ້ຫາເສບຢາເສບຕິດ ປະເພດຢາບ້າ ກໍານົດ 3 ເດືອນ, 6 ເດືອນ ແລະ 9 ເດືອນ(ຄອບຄົວຝາກ). ພວກກ່ຽວຖືກກັກຕົວໃນວັນທີ 3 ມີຖຸນາ 2016 ຂໍ້ຫາຊິງຊັບພົນລະເມືອງ(ດຶງກະເປົາ) ແລະ ເສບຢາເສບຕິດ ປະເພດຢາບ້າ. ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ ພວກກ່ຽວສາລະພາບວ່າ: ແຕ່ຕົ້ນເດືອນພຶດສະພາ ຫາຕົ້ນເດືອນມີຖຸນາ 2016 ໄດ້ເຄື່ອນໄຫວຊິງຊັບພົນລະເມືອງ 4 ຄັ້ງ, ຄັ້ງສຸດທ້າຍແມ່ນຊິງຊັບ(ດຶງກະເປົານັກທ່ອງທ່ຽວຊາວຝຣັ່ງ ໄດ້ເງິນກີບ 1 ລ້ານກ່ວາກີບ, ພາສະປອດ 2 ຫົວ, ໂທລະສັບຍີ່ຫໍ້ຊໍາຊຸງສີດໍາ 1 ໜ່ວຍ, ບັດເຄດິດ ແລະ ບັດຂັບຂີ່ຢ່າງລະ 1 ບັດ, ສ່ວນກະເປົ່າແມ່ນຖີ້ມລົງທົ່ງນາ. ຕໍ່ພຶດຕິກໍາດັ່ງກ່າວຂອງພວກກ່ຽວນັ້ນ ແມ່ນຜິດຕໍ່ມາດຕາ 76 ຂອງກົດໝາຍວ່າດ້ວຍຢາເສບຕິດ ແລະ ມາດຕາ 119, 146 ຂອງກົດໝາຍອາຍາແຫ່ງ ສປປ ລາວ ເພາະມັນແຕະຕ້ອງເຖິງກໍາມະສິດ ແລະ ຊັບສິນຂອງບຸກຄົນ. ສໍາລັບຄະດີແມ່ນຍັງຢູ່ໃນຂັ້ນຕອນດໍາເນີນການຂອງເຈົ້າໜ້າທີ່. *** ຂ່າວ-ພາບ: ທູນທອງໃຈ *** Cr. ຫນັງສືພິມຈຳປາໃຫມ່
[post_ad]
Share it:

ຂ່າວທ້ອງຖິ່ນ

Post A Comment: