ກະຊວງສາທາລະນະສຸກ ຮ່ວມກັບ ອົງການອານາໄມໂລກ

Share it:

          ກະຊວງສາທາລະນະສຸກ ຮ່ວມກັບ ອົງການອານາໄມໂລກ ຈັດງານສະຫລອງອາທິດສາກົນສົ່ງເສີມການລ້ຽງລູກດ້ວຍນົມແມ່ ເຊິ່ງຈັດຂຶ້ນໃນວັນທີ 19 ສິງຫາ ນີ້ ທີ່ນະຄອນຫລວງວຽງຈັນເພື່ອສົ່ງເສີມການລ້ຽງລູກດ້ວຍນ້ຳນົມແມ່ພຽງຢ່າງດຽວ ແຕ່ເກີດເຖິງ 6 ເດືອນ ແລະ ສືບຕໍ່ລ້ຽງລູກດ້ວຍນົມແມ່ຄຽງຄູ່ກັບການໃຫ້ອາຫານເສີມທີ່ຖືກຕ້ອງເໝາະສົມກັບໄວອາຍຸຂອງເດັກ.
          ທ່ານ ດຣ. ພັດ  ເກິ່ງຊາເນດ ຫົວໜ້າກົມອານາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາ ລະນະສຸກ ກ່າວວ່າ: ນ້ຳນົມແມ່ ແມ່ນອາຫານທີ່ດີທີ່ສຸດສຳລັບເດັກມີຄຸນປະໂຫຍດມະຫາສານ ເຮັດໃຫ້ເດັກມີສຸຂະພາບແຂງແຮງ ແລະ ມີໂພຊະນາການດີມີນ້ຳໜັກ ແລະ ລວງສູງໄດ້ມາດຕະຖານຕາມອາຍຸຂອງ
ເດັກນ້ອຍ(ບໍ່ເຕ້ຍບໍ່ຈ່ອຍ)ສາມາດຫລຸດຜ່ອນການຂາດສານອາຫານ ໃນເດັກອາຍຸຕໍ່າກວ່າ 5 ປີ ລົງເທື່ອລະກ້າວເຮັດໃຫ້ຮ່າງກາຍຈະເລີນເຕີບໂຕ ແລະ ສະຫມອງມີການພັດທະນາເຮັດໃຫ້ເດັກສະຫລາດແຂງແຮງສະມາດຮຽນຮູ້ໄດ້ໄວ. ນອກນັ້ນນ້ຳນົມແມ່ຍັງມີສານອາຫານຄົບຖ້ວນສົມສ່ວນພຽງພໍ່ສຳລັບເດັກເກີດໃໝ່ຈົນເຖິງອາຍຸ 6 ເດືອນ, ມີພູມຄຸ້ມກັນສູງຊ່ວຍປົກປ້ອງເດັກຈາກພະຍາດຊືມເຊື້ອຕ່າງໆ. 
          ຜົນວິຈິດຂອງນັກວິທະຍາສາດ ຢັ້ງຢືນວ່າ: ເດັກອ່ອນ 0-5 ເດືອນ ຜູ້ທີ່ບໍ່ໄດ້ກິນນົມແມ່ ມີຄວາມສ່ຽງສູງຕໍ່ການຕາຍ ຍ້ອນພະຍາດຖອກທ້ອງ ແລະ ພະຍາດອັກເສບປອດ ເມື່ອທຽບໃສ່ເດັກທີ່ກິນນ້ຳນົມແມ່. 


          ໃນແຕ່ລະປີ ມີແມ່ຍິງຕາຍຫລາຍກວ່າ 20 ພັນຄົນໃນທົ່ວໂລກ ຍ້ອນມະເຮັງເຕົ້ານົມ ແລະ ພະຍາດດັ່ງກ່າວສາມາດຫລຸດຜ່ອນ ແລະ ປ້ອງກັນໄດ້ ໂດຍການລ້ຽງລູກດ້ວຍນ້ຳນົມແມ່ຢ່າງຖືກວິທີ.
Share it:

ສາລະ

Post A Comment: