ເປັນອະດີດສູນບັນຊາ ການໃຫຍ່ຂອງກຸ່ມຜູ້ນຳຂະບວນການປະ

Share it:

 ເປັນອະດີດສູນບັນຊາ ການໃຫຍ່ຂອງກຸ່ມຜູ້ນຳຂະບວນການປະ ເທດລາວ ມີຫມູ່ບ້ານຊົນພື້ນເມືອງຫຼາກ ຫຼາຍວັດທະນະທຳ, ທັງເປັນດິນແດນທີ່ ງົດງາມ ແລະ ພິລະອາດຫານ ທິວທັດ ທຳມະຊາດພູຜາປ່າໄມ້ ທີ່ຂຽວສົດງົດງາມ ແລະ ທົ່ງນາຍາວຢຽດທອດໄປຕາມແນວ ພູຜາ ເປັນສິ່ງສວຍງາມຍິ່ງ ແລະ ຍັງເປັນທີ່ ຕັ້ງທາງປະຫວັດສາດໃນການຕໍ່ສູ້ກູ້ຊາດ ຕ້ານຈັກກະພັດຕ່າງດ້າວ ທີ່ເຂົ້າມາຮຸກຮານດິນ ແດນແຫ່ງນີ້ເດີມມີຊື່ວ່າ ທົ່ງນາໄກ່ ເນື່ອງຈາກໃນເຂດນີ້ມີໄກ່ປ່າຫລວງຫລາຍ ພາຍຫລັງ ສົງຄາມໄດ້ຍຸຕິລົງ ທົ່ງນາໄກ່ ໄດ້ປ່ຽນຊື່ມາເປັນ ເມືອງ ວຽງໄຊ ປະກອບດ້ວຍ 4 ບ້ານ ທິດເໜືອ ແມ່ນ ບ້ານ ລ່ອງກູ້ ທິດໃຕ້ຄື ບ້ານ ຊຽງຊື້ ແລະ ບ້ານ ນາໄກ່ໃຕ້, ທິດຕະເວັນ ຕົກສຽງເໜືອຄືບ້ານ ບັກ ແລະ ບ້ານ ນາໄກ່ເໜືອຢູ່ໃຈກາງ ທິດເໜືອຕິດພູແຕ້ມ ທິດໃຕ້ ຕິດພູແຄທິດຕະເວັນຕົກຕິດສາຍພູຂຽວ ທິດຕະເວັນອອກຕິດ ທາງເລກທີ 16 ສະຖານ ທີ່ແຫ່ງນີ້ເປັນພູຜາຫິນເຕັມໄປດ້ວຍຖ້ຳທຳມະຊາດລວມເຖິງ 102 ຖ້ຳ
Share it:

ສາລະ

Post A Comment: