ທ່ານວຼາຕິເມຍ ປູຕິນ ປະທານາທິບໍດີຣັດເຊຍໄດ້ລົງນາມໃນລັດ

Share it:


ວັນທີ 16 ພະຈິກນີ້, ທ່ານວຼາຕິເມຍ ປູຕິນ ປະທານາທິບໍດີຣັດເຊຍໄດ້ລົງນາມໃນລັດຖະດຳລັດປະທານາທິບໍດີ, ຖອນອອກຈາກການເປັນປະເທດສະມາຊິກສານອາຍາສາກົນທີ່ຕັ້ງຢູ່ເມືອງເຮັກປະເທດໂຮນລັງ. ທ່ານປູຕິນໄດ້ສັ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງແຈ້ງຕໍ່ເລຂາທິການໃຫຍ່ອົງການສະຫະ ປະຊາຊາດວ່າຣັດເຊຍບໍ່ຕ້ອງການເປັນປະເທດສະມາຊິກຂອງ "ກົດລະບຽບໂຣມສານອາຍາສາກົນ" ອີກ.

ຂະນະທີ່ກະຊວງການຕ່າງປະເທດຣັດເຊຍກໍໄດ້ອອກຖະແຫລງການໃນເວັບໄຊຂອງຕົນວ່າ, ສານອາຍາສາກົນໄດ້ສ້າງຄວາມຜິດຫວັງໃຫ້ແກ່ປະຊາຄົມໂລກ, ຫລັງບໍ່ໄດ້ເປັນອົງການຈັດຕັ້ງປະຕິບັດກົດໝາຍທີ່ເປັນເອກະລາດຢ່າງແທ້ຈິງ ແລະ ມີອິດທິພົນ, ປະຕິບັດວຽກງານດ້ວຍຄວາມອະຄະຕິແລະບໍ່ມີຜົນສັກສິດ ທັງໄຮ້ປະສິດຖິພາບ ໃນໄລຍະເວລາ 14 ປີສາມາດປິດຄະດີໄດ້ພຽງ 4 ຄະດີ ແຕ່ວ່າໃຊ້ເງິນໄປຫລາຍພັນລ້ານໂດລາ.

ໃນທ້າຍ ເດືອນຕຸລາ ຜ່ານມາ, ສາມປະເທດໃນອາຟຼິກາຄືບູຣູນດີ, ອາຟຼິກາໃຕ້ແລະກຳບີກໍໄດ້ປະກາດຖອນອອກຈາກສານອາຍາສາກົນແລ້ວ, ທັງໄດ້ຕຳໜິວ່າສານດັ່ງກ່າວກາຍເປັນເຄື່ອງມືຂອງປະເທດຕາເວັນຕົກທີ່ຕັດສິນດ້ວຍ ຄວາມບໍ່ເປັນທຳຕໍ່ອາຟຼິກາ.

ຫລັງຣັດເຊຍປະກາດວ່າຈະຖອນໂຕອອກຈາກໄອຊີຊີ ທ່ານໂຣດຣິໂກ ດູແຕເຕ ປະທານາທິບໍດີແຫ່ງຟີລິບປິນກໍ່ກ່າວວ່າ ສະຫນັບສະຫນຸນທ່ານປູຕິນ ແລະບອກວ່າຟີລິບປິນກໍ່ຈະຖອນໂຕອອກຈາກໄອຊີຊີຄືກັນ ເພາະເບິ່ງແລ້ວວ່າປະເທດນ້ອຍໆ ຢ່າງຟີລິບປິນຈະຖືກກັ່ນແກ້ງໄດ້ງ່າຍ ແລະຍັງຢ້ຳວ່າ ຖ້າຣັດເຊຍ ກັບຈີນຈະຈັດລະບຽບໂລກໃຫ່ມ ຟີລິບປິນຈະເຂົ້າຮ່ວມເປັນປະເທດທຳອິດ

Share it:

ຂ່າວຕ່າງປະເທດ

Post A Comment: