ສູນເສຍໄປອີກຫຼາຍຕື້ໂດລາສະ­ຫະ­ລັດ

Share it:


 ບໍ­ລິ­ສັດໂບອິງ (Boeing) ຂອງ ສະຫະລັດ ອາເມຣິກາ ຊຶ່ງເປັນຜູ້ຜະລິດເຮືອ­ບິນອັນດັບຕົ້ນຂອງໂລກ ໄດ້ຫຼຸບທຶນ 234 ລ້ານໂດລາສະຫະລັດ ໃນໄຕມາດທີສອງຂອງປີນີ້ ຫຼັງຈາກທີ່ໄດ້ລົງ­ທຶນຫຼາຍຕື້ໂດລາສະ­ຫະ­ລັດ ໃຫ້ແກ່ສອງໂຄງ­ການຜະ­ລິດເຮືອ­ບິນອາຍພົ່ນການຄ້າຫຼ້າສຸດ ແລະ ເຮືອ­ບິນເຕີມນ້ຳ­ມັນຮັບໃຊ້ການທະ­ຫານ. ນີ້ເປັນເທື່ອທຳອິດທີ່ Boeing ຫຼຸບທຶນໃນຮອບເກືອບ 7 ປີທີ່ຜ່ານມາ ຫຼັງຈາກການຫຼຸບທຶນ 1,6 ຕື້ໂດລາສະ­ຫະ­ລັດ ໃນໄຕມາດທີສາມ ປີ 2009. ໃນແຈ້ງການຫຼ້າສຸດນັ້ນ Boeing ໃຫ້ຮູ້ວ່າ ເຖິງວ່າຫຼຸບທຶນໃນໄຕມາທີ່ຜ່ານມາກໍຕາມ ແຕ່ລາຍຮັບຂອງກຸ່ມບໍ­ລິ­ສັດນີ້ພັດເພີ່ມຂຶ້ນເກືອບ 1% ຂຶ້ນເປັນ 24,8 ຕື້ໂດລາສະ­ຫະ­ລັດ ສູງກວ່າ 800 ລ້ານໂດລາສະ­ຫະ­ລັດ ເມື່ອທຽບ­ໃສ່ການທຳ­ນາຍໄວ້ກ່ອນໜ້ານັ້ນ. ກ່ອນໜ້ານັ້ນເມື່ອປີ 2009 Boeing ໄດ້ຫຼຸບທຶນທີ່ລະ­ດັບ 1,6 ຕື້ໂດລາສະ­ຫະ­ລັດ ໃນໄຕມາດທີສາມ ເນື່ອງຈາກວ່າຄ່າໃຊ້ຈ່າຍໃຫ້ແກ່ສອງໂຄງ­ການຜະ­ລິດເຮືອບິນໃໝ່ພົບກັບຄວາມສັບ­ສົນ ຄວາມຊັກຊ້າໃນຂະບວນການຜະ­ລິດ ຂາດ­ແຄນອາໄຫຼ່ ໄດ້ເຮັດໃຫ້ Boeing ສູນເສຍໄປອີກຫຼາຍຕື້ໂດລາສະ­ຫະ­ລັດ ຍ້ອນມີຄ່າໃຊ້ຈ່າຍເພີ່ມໃນດ້ານການອອກແບບເພີ່ມເຕີມ ຫຼື ຄ່າໃຊ້ຈ່າຍອື່ນໆໃນການຜະ­ລິດ
Share it:

ແຫຼ່ງທ່ອງຖ່ຽວ

Post A Comment: