ນ້ຳ​ໝາກ​ພ້າວ​"ຖື​ເປັນ​ນ້ຳ​ທີ່​ມີ​ຄວາມ​ບໍລິສຸດ

Share it:

ນ້ຳໝາກພ້າວ ທັງແຊບ ທັງມີປະໂຫຍດ

"ນ້ຳ​ໝາກ​ພ້າວ​"ຖື​ເປັນ​ນ້ຳ​ທີ່​ມີ​ຄວາມ​ບໍລິສຸດ​ ທີ່​ໃຫ້​ຄຸນຄ່າ​ຕໍ່​ຮ່າງກາຍ​ ຫລາຍກວ່າ​ນ້ຳ​ຫວານ​ທົ່ວ​ໄປ ​ທີ່​ດື່ມ​ແກ້ຫິີວນໍ້າ​ໄດ້​ເປັນ​ຢ່າງ​ດີເພາະ​ມີລົດ​ຊາດ ​ທີ່ແຊບຫວານ ທຳມະຊາດ ນອກ​ຈາກ​ນີ້​ ຍັງມີ​ປະໂຫຍດ ​ແລະ ​ຄຸນຄ່າ​ຕໍ່​ຮ່າງກາຍ​ອີກ​ດ້ວຍ​ ເພາະ​ສາມາດ ​ປິ່ນປົວພະຍາດ​​ຕ່າງ​ໆ​ ໄດ້​ເປັນ​ຢ່າງ​ດີ​ເຊັ່ນ:​
ຂັບ​ສານ​ພິດ:​ນ້ຳໝາກພ້າວ​ ຊ່ວຍ​ຂັບ​ສານ​ພິດ​ ແລະ​ ຊ່ວຍ​ຊຳ​ລະລ້າງ​ ໃນຮ່າງກາຍ​ໄດ້​ດີ​​ ​ຖ້າ​ເຈົ້າ​ເປັນ​ສິວ​ ຫລື ປະຈຳເດືອນ​ທີ່ມາ​ບໍ່​ປົກກະຕິ​ ຫາ ​ນ້ຳໝາກ​ພ້າວ​ມາ​ດື່ມ ​ເພາະ​ຈະ​ຊ່ວຍ​ກະຕຸ້ນ​ ໃຫ້​ຮ່າງກາຍ​ຂັບ​ຂອງ​ເສຍ​ອອກ​ມາ​ ພຽງ​​ເທົ່ານີ້​ຮ່າງກາຍ​ຂອງ​ເຈົ້າ ​ກໍ່ຈະ​ມີ​ຄວາມ​ສົມ​ດຸນ​ແລ້ວ​.​
ແກ້ອາການ​ຖອກທ້ອງ:​ເພາະ ​ໃນ​ນ້ຳ​ໝາກ​ພ້າວ ​ມີກູໂຄດ​ທີ່​ສາມາດ​ດູດ​ຊຶມ​ງ່າຍ​ ເນື່ອງ​ຈາກ​ເວລາ​ຖອກທ້ອງຈະ​ສູນເສຍ​ກູ​ໂຄດ​ ອາດ​ເຖິງ​ຂັ້ນ​ໝົດ​ສະຕິ​ ແລະ ​ຊັອກ​ໄດ້.​ ຊຶ່ງ​​ເມື່ອດື່ມ​ເຂົ້າໄປ​ຈະ​ສາມາດ ​ຊ່ວຍ​ແກ້​​ໄດ້​ເປັນ​ຢ່າງ​ດີ​.​
ຫລຸດ​ກົດ:​ນອກ ​ຈາກ​ນີ້​ ໃນ​ນ້ຳ​ໝາກພ້າວ ​ຍັງມີ​ຄວາມ​ເປັນ​ດ່າງ​ສູງ​ ເຮົາ​ຈຶ່ງ​ນິຍົມ​ນຳ​ມາ​ປິ່ນປົວພະຍາດ​ ຄວາມ​ເປັນ​ກົດ​ຫລາຍ​ເກີນ​ໄປ​ ໃນ​ຮ່າງກາຍ.​
ບຳ​ລຸງຮ່າງກາຍ:​ ນ້ຳ​ໝາກພ້າວ​ ຖື​ເປັນ​ຢາ​ບຳ​ລຸງ​ກຳ​ລັງ​ຢ່າງ​ໜຶ່ງ ​ແລະ​ ຖື​ເປັນ​ຢາ​ພື້ນ​ບ້ານ​ ອີກ​ດ້ວຍ​ເພາະ​ສາມາດ​ ບຳ​ລຸງ​ເສັ້ນ​ເອັນ ​ຫລື ​ປິ່ນປົວພະຍາດ​ກະດູກ​ໄດ້​ ຍັງ​ສາມາດ​ ຊ່ວຍ​ຂັບ​ພະຍາດຕ່າງໆ​ໄດ້​ເປັນ​ຢ່າງ​ດີ​.​
ແຕ່ ​ສີ່ງສຳຄັນສຳລັບ​ ຜູ້​ທີ່​ເປັນ​ພະຍາດ​ ຫມາກໄຂ່ຫລັງ​ ແລະ ​ພະຍາດ​ເບົາ​ຫວານ​ ຈະ​ບໍ່​ເໝາະ​ກັບ ​ການ​ດື່ມ​ນ້ຳ​ໝາກ​ພ້າວ ​ເພາະ​ໃນ​ນ້ຳ​ໝາກ​ພ້າວ​ ຈະ​ມີກູ​ໂຄດ​ຊຶ່ງ​ອາດຈະໃຫ້​ໂທດ​ຫລາຍກວ່າ​ຜົນ​ດີີແຕ່​ສຳລັບ​ຄົນ​ທົ່ວ​ໄປ ​ຈະ​ດື່ມ​ເມື່ອໃດກໍ​ໄດ້​ ເພາະ​ທັງ​ຫວານ​​ ແຖມ​ໃຫ້​ປະໂຫຍດ​ອີກ​ດ້ວຍ.​
Share it:

ສາລະ

Post A Comment: