ວັນ​ທີ 7 ຕຸ­ລາ​ທີ່​ຜ່ານ​ມາ ສະ­ພາ​ແຫ່ງ​ຊາດ​ຣັດ​ເຊຍ

Share it:

ວັນ​ທີ 7 ຕຸ­ລາ​ທີ່​ຜ່ານ​ມາ ສະ­ພາ​ແຫ່ງ​ຊາດ​ຣັດ​ເຊຍ ໄດ້​ຮັບ­ຮອງ​ຂໍ້​ຕົກ­ລົງ​ຂອງ​ຣັດ​ເຊຍ ກັບ ຊີ​ຣີ ວ່າ​ດ້ວຍ​ການ​ຜັນ​ຂະ­ຫຍາຍ ກອງ​ກຳ­ລັງ​ຂອງ​ຣັດ​ເຊຍ ຢູ່​ໃນ​ຊີ​ຣີ ຢ່າງ “ບໍ່​ມີ​ກຳ­ນົດ”.
ສ່ວນ​ຫຼາຍ​ຂອງ​ບັນ­ດາ​ນັກ​ສ້າງ​ກົດ­ໝາຍ​ຂອງ​ຣັດ​ເຊຍ ໄດ້​ລົງ​ຄະ­ແນນ​ສຽງ​ຮັບ­ຮອງ​ຂໍ້​ຕົກ­ລົງ​ດັ່ງ­ກ່າວ ຊຶ່ງ​ໄດ້​ຮັບ​ການ​ລົງ​ນາມ​ລະ­ຫວ່າງ ຣັດ​ເຊຍ ກັບ ຊີ​ຣີ ເມື່ອ​ເດືອນ​ສິງ­ຫາ ປີ 2016 ເປັນ​ການ​ອະ­ນຸ­ຍາດ​ໃຫ້​ຣັດ​ເຊຍ ສ້າງ­ຕັ້ງ​ຖານ​ທັບ​ອາ­ກາດ Hmeimim ເພື່ອ​ດຳ­ເນີນ​ບັ້ນ​ຮົບ​ໜູນ​ຊ່ວຍ​ໃຫ້​ແກ່​ກອງ​ກຳ­ລັງ​ຂອງ​ປະ­ທາ­ນາ­ທິ­ບໍ­ດີ ​ຊີ​ຣີ ບາ​ຊາ ອາ​ລ ອັສ​ຊັດ.
ໃນ​ຂະ­ນະ​ດຽວ​ກັນ ຂ່າວ­ສານ ຣອຍ​ເຕີ ລາຍ​ງານ​ເມື່ອ​ວັນ​ທີ 9 ຕຸ­ລາ​ນີ້​ວ່າ ລັດ­ຖະ­ມົນ­ຕີ​ການ​ຕ່າງ­ປະ­ເທດ​ຣັດ​ເຊຍ ແຊກ​ເກ ລາບ​ຣອບ ກ່າວ​ຜ່ານ​ໂທລະ­ພາບ​ຊ່ອງ 1 ຂອງ​ຣັດ​ເຊຍ ວ່າ: ຣັດ​ເຊຍ ມີ​ຄວາມ​ສາ­ມາດ​ບົ່ມ​ຊ້ອນ ເພື່ອ​ປ້ອງ​ກັນ​ຊັບ​ສິນ​ຂອງ​ຕົນ​ຢູ່​ໃນ​ຊີ​ຣີ ຖ້າ​ຫາ​ກວ່າ ສ ອາ​ເມ​ຣິ​ກາ ຕົກ­ລົງ​ປະ­ຕິ­ບັດ​ການ​ຖິ້ມ​ລະ­ເບີດ​ລົງ​ໃສ່​ສະ­ໜາມ​ບິນ​ການ​ທະ­ຫານ​ແຫ່ງ​ ຕ່າງໆ​ຂອງ​ຝ່າຍ​ລັດ­ຖະ­ບານ​ຊີ​ຣີ
Share it:

ຂ່າວຕ່າງປະເທດ

Post A Comment: