ລັດຖະມົນຕີກະຊວງການຕ່າງປະເທດ ຕ້ອນຮັບທູດອາເມຣິກາ

Share it:

 
  ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງ ການຕ່າງປະເທດ ໄດ້ຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບຂອງທ່ານ ນາງ ຣີນາ ບິດເຕີ (Ms. RINA Bitter) ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສະຫະລັດອາເມຣິກາຄົນໃໝ່ ປະຈຳ ສປປ ລາວ ໃນວັນທີ 17 ພະຈິກນີ້ ທີ່ກະຊວງການຕ່າງ ປະເທດ.
ໃນໂອກາດດັ່ງກ່າວນີ້ ທ່ານ ສະເຫຼີມໄຊ ກົມມະສິດໄດ້ສະແດງຄວາມຍິນດີຕ້ອນ ຮັບ ແລະ ຊົມເຊີຍຕໍ່ທ່ານ ນາງ ຣີນາ ບິດເຕີ ທີ່ໄດ້ຖືກແຕ່ງຕັ້ງ ມາດຳລົງຕຳແໜ່ງ ເປັນເອກ ອັກຄະລັດຖະທູດວິສາມັນຜູ້ມີ  ອຳນາດເຕັມ ແຫ່ງ ສະຫະລັດ ອາເມຣິກາຄົນໃໝ່ ປະຈຳ ສປປ ລາວ ຊຶ່ງຈະເປັນການປະກອບ ສ່ວນສຳຄັນເຂົ້າໃນການເພີ່ມ ທະວີສາຍພົວພັນ ແລະ ການ ຮ່ວມມືລະຫວ່າງສອງປະເທດ ໃຫ້ມີບາດກ້າວຂະຫຍາຍຕົວ ຍິ່ງຂຶ້ນ. ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີກະຊວງການ ຕ່າງປະເທດ ໄດ້ກ່າວເຖິງຜົນ ສຳເລັດໃນການຢ້ຽມຢາມລັດ ຖະກິດຂອງປະທານາທິບໍດີ ບາຣັກ ໂອບາມາ ແຫ່ງ ສະຫະ ລັດອາເມຣິກາ ຢູ່ ສປປ ລາວ ຊຶ່ງໃນການຢ້ຽມຢາມດັ່ງກ່າວ ຜູ້ນຳສອງປະເທດໄດ້ອອກຖະ ແຫຼງການເປັນຄູ່ຮ່ວມມືແບບ ກວມລວມທີ່ໄດ້ເປັນການເປີດ ສັງກາດໃໝ່ ທັງເປັນມິດໝາຍ ອັນດີໃນການເພີ່ມທະວີຮ່ວມມື ລະຫວ່າງສອງປະເທດໃນອະ ນາຄົດ.
ທ່ານ ນາງ ຣີນາ ບິດເຕີ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານລັດຖະມົນຕີກະຊວງການ ຕ່າງປະເທດ ໃນການຕ້ອນຮັບ ແລະ ຍັງໄດ້ກ່າວຕື່ມວ່າ: ໃນ ໄລຍະການປະຕິບັດ ໜ້າທີ່ ການທູດຢູ່ລາວ ທ່ານຈະຕັ້ງ ໜ້າປະຕິບັດປະກອບສ່ວນເຂົ້າ ໃນການເພີ່ມທະວີສາຍພົວພັນ ແລະ ການຮ່ວມມືລະຫວ່າງ ສອງປະເທດໃຫ້ມີຄວາມເຂັ້ມ ແຂງ ແລະ ມີບາດກ້າວຂະ ຫຍາຍຕົວຍິ່ງຂຶ້ນ.
ທ້າຍສຸດ, ທ່ານລັດຖະ ມົນຕີກະຊວງການຕ່າງປະເທດ ໄດ້ອວຍພອນໄຊໃຫ້ແກ່ທ່ານ ທູດ ຈົ່ງປະສົບຜົນສຳເລັດໃນ ການປະຕິບັດໜ້າທີ່ການທູດ ຂອງຕົນຢູ່ ສປປ ລາວ.
Share it:

ຂ່າວລາວ

Post A Comment: