ວັນ​ທີ 12 ຕຸລາ​ນີ້, ທ່ານ​ດູ​ເຕີ​ເຕ ປະທານາທິບໍດີ​ຟິລິ​ບິນ​ກ່າວ​ວ່າ

Share it:


ວັນ​ທີ 12 ຕຸລາ​ນີ້, ທ່ານ​ດູ​ເຕີ​ເຕ ປະທານາທິບໍດີ​ຟິລິ​ບິນ​ກ່າວ​ວ່າ, ປະ​ເທດ​ຕົນ​ເລິ່ມປັບປຸງ​ນະ​ໂຍບາຍ​ຕໍ່​ຕ່າງປະ​ເທດ, ທັງໄດ້​ຊີ້​ນຳ​ທ່ານ​ເດ​ວຟິນ ​ໂລ​ເຣນຊາ​ນາ ລັດຖະມົນຕີ​ກະ​ຊວງ​ປ້ອງ​ກັນປະ​ເທດຟິລິບ​ປິນຢຸດການ​ຊ້ອມ​ຮົບ​ຮ່ວມ​ອາ​ເມ​ລິ​ກາ-ຟິລິບ​ປິນ​ໃນ​ປີໜ້າ​​ແລ້ວ.

ທ່ານ​ດູ​​ເຕີ ​ເຕແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ຢູ່​ສຳນັກງານ​ໃຫຍ່ຕຳຫຼວດປ້ອງ​ກັນຊາ​ຍຝັ່ງ​ທະ​ເລ​​ຟິລິບ​ປິນ. ຂະນະ​ດຽວ​ກັນ​ກ່າວ​ວ່າ, ຟິລິບ​ປິນບໍ່ຕ້ອງການຍົກ​ເລີກ​ການ​ພົວພັນພັນທະ​ມິດການ​ທະຫານກັບອາ​ເມ​ລິ​ກາ.

​ແຕ່ລະ​ປີ, ຟິລິບ​ປິນ ​ແລະ ອາ​ເມ​ລິ​ກາ​​ໄດ້ຊ້ອມ​ຮົບ​ຮ່ວມ 3 ລະ​ບົບ ຄື, "​​ເກາະ​ແຂນ​ກັນ​ສູ້​ຊົນ", ການ​ຮ່ວມ​ມື​ການ​ຝຶກ​ຊ້ອມ​ເພື່ອ​ກຽມ​ສູ້ຮົບ​ເທິງ​ທະ​ເລ ​ພ້ອມ​ດ້ວຍ​ການ​ເຄື່ອນ​ກຳລັງ​ຂຶ້ນ​ບົກ​ຈາກ​ທາງ​ນ້ຳ, ພ້ອມ​ກັນ​ນັ້ນ​ຍັງ​​ໄດ້ຊ້ອມ​ຮົບ​ຂະໜາດ​ນ້ອຍ 28 ​ເທື່ອ. ການ​​ເຄື່ອນ​ກຳລັງຂຶ້ນ​ບົກ​ຈາກ​ທາງ​ນ້ຳປີ​ນີ້​ໄດ້​ຈັດ​ຢູ່​ເກາະ​ລູຊົນ ​ແລະ ​ເກາະ​ປາ​ລາວ​ອນ​ຟິລິບ​ປິນ​ແຕ່​ວັນ​ທີ 4 ຫາວັນທີ 11 ຕຸລາ​ນີ້. ​ໃນ​ໂອກາດ​ຢ້ຽມຢາມ​ຫວຽດນາມ​ໃນ​ທ້າ​ນ​ເດືອນ​ກັນຍາ​ແລ້ວ​ນີ້, ທ່ານ​ດູ​ເຕີ​ເຕ ​ກ່າວ​ວ່າ, ການ​ຊ້ອມ​ຮົບ​ຟິລິບ​ປິນ​-ອາ​ເມ​ລິ​ກາ​ເທື່ອ​ນີ້​ຈະ​ເປັນເທື່ອ​ສຸດ​ທ້າຍ​​ໃນ​ໄລຍະທີ່​ຕົນ​ດຳລົງ​ຕຳ​ແໜ່​ງປະທານາທິບໍດີ​ຟິລິບ​ປິນ.
Share it:

ຂ່າວຕ່າງປະເທດ

Post A Comment: