ທີ່ໂຮງແຮມດອນຈັນພາເລດ ທີ່ຜ່ານມານີ້ ບໍລິສັດຫົວເຫວີຍ

Share it:
          ວັນທີ 26 – 28 ທັນວາ 2016 ທີ່ໂຮງແຮມດອນຈັນພາເລດ ທີ່ຜ່ານມານີ້ ບໍລິສັດຫົວເຫວີຍ (Huawei) ເຕັກໂນໂລຊີ ລາວ ຈໍາກັດ ໄດ້ຈັດການຝຶກ ອົບຮົມໃຫ້ແກ່ ພະນັກງານ ແລະ ຄູ່ຮ່ວມທຸລະກິດ ຄັ້ງທີ 2 ເພື່ອພັດທະນາ ບຸກຄະລາກອນໃຫ້ມີ ການບໍລິການທີ່ມີຄຸນນະພາບ ແລະ ເອົາໃຈໃສ່ລູກຄ້າ ໃຫ້ດີຂຶ້ນ ເພື່ອກຽມຄວາມພ້ອມທີ່ຈະເປັນອັນດັບໜຶ່ງ ໃນຕະຫຼາດ ສະມາດໂຟນໃນປີ 2017 ນີ້. ຈຸດມຸ່ງໝາຍທີ່ສຳຄັນຫລັກກໍ່ແມ່ນ ເພື່ອເສີມ ສ້າງຄວາມຮູ້ທາງດ້ານການບໍລິການລູກຄ້າ ກ່ອນແລະຫຼັງການຂາຍ, ການອະທິບາຍຜະລິດຕະພັນໃຫ້ແກ່ລູກຄ້າໄດ້ດີຂຶ້ນ ນອກຈາກນັ້ນ ຍັງໄດ້ສ້າງສາຍສຳພັນລະຫວ່າງຫມູ່ຮ່ວມງານໃຫ້ແໜ້ນແຟ້ນ ແລະ ເຮັດວຽກເປັນທີມຍີ່ງຂຶ້ນ.
         ການຝືກອົບຮົມຄັ້ງນີ້ ປະກອບມີພະນັກງານຂາຍຂອງຫົວເຫວີຍ ແລະ ຕົວແທນຈຳຫນ່າຍທົ່ວປະເທດ, ສ່ວນຜູ້ຝຶກອົບຮົມໃນຄັ້ງນີ້ ແມ່ນເປັນ ຜູ້ຊ່ຽວຊານຈາກ ຫ້ອງການໃຫຍ່ຫົວເຫວີຍ ຈາກປະເທດຈີນ, ໄທ ແລະ ຜູ້ອຳນວຍການຝ່າຍຂາຍ ຂອງບໍລິສັດ ຫົວເຫວີຍ ລາວ.
        ໃນການຝຶກອົບຮົມໃນຄັ້ງນີ້ ບໍ່ໄດ້ພຽງແຕ່ອົບຮົມພາກທິດສະດີເທົ່ານັ້ນ ຍັງມີການລົງປະຕິບັດວຽກງານຕົວຈິງທີ່ີີຮ້ານແບຣນຊ໋ອບຫົວເຫວີຍ ໂດຍມີການສອດແຊກກິດຈະກຳຕ່າງໆທີ່ກ່ຽວເນື່ອງກັບຫົວຂໍ້ທີ່ຝຶກອົບຮົມ.
          ທ່ານ ວັນກົງ ສີສະຫວັດ ເຊິ່ງເປັນໜຶ່ງທ່ານທີ່ໄດ້ເຂົ້າຝຶກອົບຮົມໃນຄັ້ງນີ້ ໄດ້ໃຫ້ຄວາມເຫັນວ່າ “ຖືວ່າປີນີ້ກໍ່ເປັນຄັ້ງທີ 2 ແລ້ວ ທີ່ເຮົາໄດ້ຈັດການຝຶກ ອົບຮົມ ແລະ ໃນການຈັດການຝຶກອົບຮົມໃນຄັ້ງນີ້ ກໍ່ຍິ່ງເຮັດໃຫ້ນ້ອງໆ ໄດ້ປະສົບການ, ຄວາມຮູ້ເລື່ອງຜະລິດຕະພັນ ແລະ ການບໍລິການລູກຄ້າ ທີ່ເປັນເລີດກວ່າເກົ່າ, ພ້ອມສ້າງຄວາມເຊື່ອໝັ້ນໃຫ້ນ້ອງໆຕື່ມອີກວ່າ ບໍລິສັດຫົວເຫວີຍ (Huawei) ໃຫ້ຄວາມສຳຄັນກັບການຝຶກຝົນຫຼໍ່ຫຼອມເອົາ ບົດຮຽນຕ່າງໆສາມາດເອົາມານຳໃຊ້ ແລະ ພັດທະນາໃນຫນ້າວຽກຂອງນ້ອງໆ ໄດ້ຢ່າງມີປະໂຫຍດທີ່ສຸດ, ສ່ວນຂ້າພະເຈົ້າເອງກໍ່ຕ້ອງຂໍຂອບໃຈນຳ ບໍລິສັດຫົວເຫວີຍທີ່ໃຫ້ຄວາມສຳຄັນໃນການພັດທະນາບຸກຄະລະກອນໃນ ອົງກອນ ທຸກຊັ້້ນຕຳແໜ່ງ”.
         ທ່ານ ຊູຈີຢອງ ຜູ້ອຳນວຍການຝ່າຍອຸປະກອນໂທລະສັບຂອງບໍລິສັດ ຫົວເຫວີຍ ເຕັກໂນໂລຊີ ລາວ ຈຳກັດ ໄດ້ກ່າວວ່າ ຫົວເຫວີຍໄດ້ທຸ້ມເທຄວາມ ພະຍາຍາມ ແລະລົງທຶນຢ່າງມະຫາສານ ເຂົ້າໃນວຽກງານການວິໄຈ ແລະ ພັດທະນາຜະລິດຕະພັນໃໝ່ທີ່ມີເຕັກໂນໂລຊີສູງ ແລະ ນະວັດຕະກຳໃໝ່. ແຕ່ທີ່ຂາດບໍ່ໄດ້ ກໍ່ແມ່ນການພັດທະນາບຸກຄະລະກອນໃນປະເທດ ບໍ່ສະເພາະ ແຕ່ພະນັກງານຫົວເຫວີຍ ແຕ່ລວມເຖິງຄູ່ຮ່ວມທຸລະກິດ, ນັກສຶກສາໃນ ມະຫາວິທະຍາໄລຕ່າງໆທົ່ວປະເທດ ເພື່ອໃຫ້ມີຄວາມຮູ້ ແລະ ປະສົບການ ທັງພາກທິດສະດີ ແລະ ປະຕິບັດກ່ຽວກັບ ເຕັກໂນໂລຊີ, ໂທລະຄົມມະນາຄົມ ແລະການໃຫ້ບໍລິການລູກຄ້າສູງຂຶ້ນ ເພື່ອໃຫ້ມີຄວາມພ້ອມທີ່ຈະເປັນ ບຸກຄະລາກອນທີ່ມີປະສິດທິພາບໃນການເຮັດວຽກ. ນອກຈາກນີ້, ບໍລິສັດ ຫົວເຫວີຍລາວ ກໍ່ໄດ້ມີສູນບໍລິການຫລັງການຂາຍໃໝ່ຫຼ້າສຸດ ຢູ່ໃຈກາງເມືອງ ນະຄອນຫລວງວຽງຈັນ ເພື່ອໃຫ້ບໍລິການຕ່າງໆ ໃຫ້ລູກຄ້າທີ່ເລືອກໃຊ້ ຫົວເຫວີຍສະມາດໂຟນ.
Share it:

ຂ່າວກິລາ

ຂ່າວຕ່າງປະເທດ

Post A Comment: